ນະຄອນຫຼວງວຽງຈັນ, ວັນທີ 3 ສິງຫາ 2022 – ກະຊວງສາທາລະນະສຸກເເຫ່ງ ສປປ ລາວ, ສະຫະພາບເອີຣົບ ແລະ ອົງການຢູນີເຊັບ ໃນມື້ນີ້ໄດ້ຈັດງານສະເຫຼີມສະຫຼອງ ສັບປະດາສາກົນຂອງການລ້ຽງລູກດ້ວຍນົມແມ່ ເຊີ່ງໄດ້ຈັດຂຶ້ນທີ່ ມະຫາວິທະຍາໄລວິທະຍາສາດສຸຂະພາບ ທີ່ ນະຄອນຫຼວງວຽງຈັນ, ສປປ ລາວ.
ງານດັ່ງກ່າວໄດ້ໃຫ້ກຽດເປັນປະທານໂດຍ ທ່ານ ປອ.ດຣ. ບຸນແຝງ ພູມມະໄລສິດ, ລັດຖະມົນຕີກະຊວງສາທາລະນະສຸກ, ເເລະ ຍັງເຂົ້າຮວມໂດຍ ທ່ານນາງ ລາວັນ ສຸດທິສານ, ຮອງປະທານສູນກາງສະຫະພັນແມ່ຍິງລາວ, ທ່ານນາງ ບາຍບາ ຊາຣີນາ, ວ່າການແທນອຸປະທູດຂອງຄະນະຜູ້ແທນ ສະຫະພາບເອີຣົບ ປະຈໍາ ສປປ ລາວ, ເເລະ ທ່ານນາງ ດຣ. ເພຍ ເຣເບນໂລ ບຣິໂຕ, ຜູ້ຕາງໜ້າອົງການຢູນິເຊັບ ປະຈໍາ ສປປ ລາວ, ພ້ອມດ້ວຍຜູ້ຕາງໜ້າຈາກບັນດາອົງການຈັດຕັ້ງສັງຄົມ ແລະ ຄູ່ຮ່ວມພັດທະນາອື່ນໆ.
ການສະເຫຼີມສະຫຼອງ ສັບປະດາສາກົນຂອງການລ້ຽງລູກດ້ວຍນົມແມ່ນັ້ນ ແມ່ນຈັດຂຶ້ນໃນອາທິດທຳອິດຂອງທຸກໆເດືອນສິງຫາ, ໂດຍຫົວຂໍ້ຂອງການສະເຫຼີມສະຫຼອງປີນີ້ເເມ່ນ “ເພີ່ມຄວາມເຂົ້າໃຈ ແລະ ການສະໜັບສະໜູນສຳລັບການລ້ຽງລູກດ້ວຍນົມແມ່” ເຊີ່ງມີຈຸດປະສົງເພື່ອຊີ້ໃຫ້ເຫັນເຖີງຄວາມສໍາຄັນຂອງການຮ່ວມມືລະຫວ່າງພາກສ່ວນທີ່ກ່ຽວຂ້ອງທຸກຄົນໃນທົ່ວສັງຄົມເພື່ອປົກປ້ອງ, ສົ່ງເສີມ ແລະ ສະໜັບສະໜູນການລ້ຽງລູກດ້ວຍນົມແມ່. ໃນ ສປປ ລາວ, ສັບປະດາດັ່ງກ່າວ ຍັງມີຈຸດປະສົງເພື່ອສະໜັບສະໜູນການສ້າງສະພາບແວດລ້ອມທີ່ເອື້ອອຳນວຍໃນສະຖານທີ່ເຮັດວຽກ ເເລະ ນະໂຍບາຍທີ່ສົ່ງເສີມການລ້ຽງລູກດ້ວຍນົມແມ່.
ທ່ານ ປອ. ດຣ. ບຸນແຝງ ພູມມະໄລສິດ ໄດ້ກ່າວວ່າ: “ນ້ຳນົມແມ່ສາມາດໃຫ້ໂພຊະນາການ ແລະ ພູມຄຸ້ມກັນຢ່າງສົມບູນແບບໃຫ້ເເກ່ເດັກ ເເລະ ສາມາດຊ່ວຍປ້ອງກັນການຕິດເຊື້ອຕ່າງໆ, ພ້ອມຍັງສົ່ງເສີມຄວາມຜູກພັນລະຫວ່າງແມ່ ແລະ ເດັກ. ຄຸນປະໂຫຍດຂອງນ້ຳນົມແມ່ນັ້ນເເມ່ນໄດ້ຮັບການຄົ້ນຄວ້າຢ່າງດີ ແລະ ຫຼັກຖານຕ່າງໆນຍັງສະແດງໃຫ້ເຫັນວ່າເດັກນ້ອຍທີ່ກິນນົມແມ່ມີໂອກາດຢ່າງນ້ອຍ 6 ເທົ່າໃນການຢູ່ລອດໃນໄລຍະຕົ້ນເດືອນເມື່ອທຽບໃສ່ເດັກນ້ອຍທີ່ບໍ່ໄດ້ກິນນົມແມ່.”
ມາດຕະການຫຼຸດຜ່ອນການລະບາດຂອງພະຍາດ ໂຄວິດ-19 ໄດ້ສົ່ງຜົນກະທົບຕໍ່ການໃຫ້ບໍລິການດ້ານໂພຊະນາການສຳລັບເດັກໃນ ສປປ ລາວ ເເລະ ຜົນສຳເລັດຕ່າງໆທີ່ ສປປ ລາວ ໄດ້ບັນລຸໃນສຳລັບໂພຊະນາການຂອງເດັກໃນໄລຍະທີ່ຜ່ານມາ. ການປິດປະເທດ ແລະ ມາດຕະການຮັກສາໄລຍະຫ່າງນັ້ນ ກໍ່ຍັງໄດ້ເຮັດໃຫ້ພໍ່ແມ່ ແລະ ຜູ້ປົກຄອງບໍ່ສາມາດເຂົ້າເຖີງໂອກາດໃນການຮັບຄໍາປຶກສາການລ້ຽງລູກດ້ວຍນົມແມ່ ຈາກຜູ້ຊ່ຽວຊານ.
ນອກຈາກນັ້ນ, ການໄດ້ຮັບຂໍ້ມູນຂ່າວສານທີ່ບໍ່ຖືກຕ້ອງກ່ຽວກັບໂຄວິດ-19 ແລະ ການຕະຫຼາດສຳລັບສິ່ງທົດແທນນໍ້ານົມແມ່ໂດຍຜູ້ຜະລິດສິນຄ້າດັ່ງກ່າວ ກໍ່ໄດ້ສົ່ງຜົນກະທົບໃນດ້ານລົບຕໍ່ການຕັດສິນໃຈຂອງພໍ່ແມ່ໃນການໃຫ້ອາຫານລູກຂອງຕົນ ເເລະ ສຸຂະພາບຂອງເດັກນ້ອຍ.
ທ່ານນາງ ບາຍບາ ຊາຣີນາ, ວ່າການແທນອຸປະທູດຂອງຄະນະຜູ້ແທນ ສະຫະພາບເອີຣົບ ປະຈໍາ ສປປ ລາວ, ກ່າວ: “ການປົກປັກ, ສົ່ງເສີມ ແລະ ສະໜັບສະໜູນ ການລ້ຽງລູກດ້ວຍນົມແມ່ ແມ່ນຕ້ອງການການຮ່ວມມືຈາກຫຼາຍໆພາກສ່ວນ ເເລະ ພວກເຮົາທຸກຄົນມີບົດບາດທີ່ຈະຕ້ອງປະຕິບັດ, ບໍ່ວ່າຈະເເມ່ນຜູ້ໃຫ້ບໍລິການດ້ານສຸຂະພາບ ຫຼື ສະຖານທີ່ເຮັດວຽກ ແລະ ບັນດາຊຸມຊົນ, ເພື່ອແກ້ໄຂສິ່ງທ້າທາຍ ແລະ ເພີ່ມຄວາມສາມາດຂອງພາກສ່ວນທີ່ກ່ຽວຂ້ອງທຸກຄົນທີ່ເປັນສ່ວນໜຶ່ງຂອງວຽກງານສົ່ງເສີມການລ້ຽງລູກດ້ວຍນົມແມ່.”
ທ່ານນາງ ດຣ. ເພຍ ເຣເບນໂລ ບຣິໂຕ, ຜູ້ຕາງໜ້າອົງການຢູນິເຊັບ ປະຈໍາ ສປປ ລາວ, ໄດ້ກ່າວວ່າ: “ໃນໂອກາດ ສັບປະດາສາກົນຂອງການລ້ຽງລູກດ້ວຍນົມແມ່ນີ້, ພວກເຮົາຮຽກຮ້ອງໃຫ້ລັດຖະບານ, ຄູ່ຮ່ວມພັດທະນາ, ອົງການຈັດຕັ້ງສັງຄົມ ແລະ ພາກສ່ວນເອກະຊົນ ເພີ່ມທະວີການສະໜັບສະໜູນການສຶກສາກ່ຽວກັບການລ້ຽງລູກດ້ວຍນົມແມ່ ແລະ ການຫັນປ່ຽນລະບົບຕ່າງໆທີ່ກ່ຽວຂ້ອງກັບການສະໜັບສະໜູນການລ້ຽງລູກດ້ວຍນົມແມ່ທີ່ມີຢູ່ໃນປັດຈຸບັນ ເພື່ອຊ່ວຍສົ່ງເສີມການລ້ຽງລູກດ້ວຍນົມແມ່ ເພື່ອຜົນປະໂຫຍດຂອງແມ່ ແລະ ເດັກທຸກຄົນໃນ ສປປ ລາວ. ການລ້ຽງລູກດ້ວຍນົມແມ່ສາມາດຊ່ວຍຊີວິດໄດ້ ແລະ ຍັງປະກອບສ່ວນເຂົ້າໃນການພັດທະນາແຫຼ່ງທຶນມະນຸດ ເເລະ ສາມາດສົ່ງຜົນປະໂຫຍດໃຫ້ເເກ່ຊາດໄດ້. ອົງການຢູນິເຊັບ, ພ້ອມດ້ວຍຄູ່ຮ່ວມພັດທະນາຂອງພວກເຮົາ, ໃຫ້ຄຳໝັ້ນສັນຍາວ່າ ຈະສືບຕໍ່ເປັນພັນທະມິດຫຼັກຂອງລັດຖະບານເເຫ່ງ ສປປ ລາວ ໃນວຽກງານສົ່ງເສີມການລ້ຽງລູກດ້ວຍນົມແມ່ ເຊີ່ງເປັນວິທີແບບງ່າຍໆ ທີ່ສາມາດຊ່ວຍຊີວິດຂອງເດັກໄດ້.”
Vientiane, 3 Aug 2022 – The Lao PDR Ministry of Health, the European Union and UNICEF, marked World Breastfeeding Week in an official event held today at the University of Health Science in Vientiane, Lao PDR.
The event was chaired by H.E. Dr. Bounfeng Phoummalaysith, Minister of Health. In attendance were also Ms. Lavanh Sutthisan, Deputy Chair of Lao Women Union, Ms. Baiba Zarina, Chargé d’Affaires. a.i. of the European Union Delegation to Lao PDR, and Dr. Pia Rebello Britto, UNICEF Representative to Lao PDR, alongside representatives of civil societies and other development partners.
The theme for this year’s World Breastfeeding Week, which is celebrated in the first week of every August, is “Step Up for Breastfeeding: Educate and Support”. It highlights the importance of collaboration between stakeholders across all levels of civil society to protect, promote and support breastfeeding. In Lao PDR, it advocates for the creation of breastfeeding-friendly work environments and policies that encourage and facilitate the practice.
“Breast milk is perfectly designed for a child’s nutritional and immunological needs, helping to prevent infections while promoting bonding between mother and child,” explained H.E. Dr. Bounfeng Phoummalaysith.” The benefits of breast milk have been well researched and evidence shows that breastfed children have at least six times greater chance of survival in the early months than non-breastfed children,” he added.
Mitigation measures to stop the spread of COVID-19 have caused significant disruptions to infant and child feeding services in Lao PDR, threatening to reverse some of the gains made in the country over the last few years. Lockdowns and physical distancing meant that parents and caregivers had fewer opportunities to receive skilled in-person breastfeeding counselling.
In addition, misinformation about COVID-19 and aggressive marketing of breast milk substitutes by the formula industry continues to negatively influence parents’ infant feeding decision, ultimately putting the health of children at risk.
“Protecting, promoting and supporting breastfeeding involves a wide range of actors. As such, we all have a role to play, from health service providers to the workplace and community members to address these challenges at hand and increase the capacity of all the actors who are part of this ‘warm chain of support for breastfeeding’,” said Baiba Zarina, Chargé d’Affaires. a.i. of the European Union Delegation to Lao PDR.
“This World Breastfeeding Week, we call on the Government, donors, civil society and the private sector to step up their support to education around breastfeeding and transform existing systems that promote and support breastfeeding for the benefit of all mothers and children in Lao PDR,” said Dr. Pia Rebello Britto, UNICEF Representative to Lao PDR. “Breastfeeding saves lives and contributes to human capital development, thus benefits the whole country. UNICEF, alongside our partners, will always be the Lao PDR government’s main ally in promoting the simple, life-saving practice of breastfeeding,” she concluded.
ວັນທີ 10 ກໍລະກົດ 2022
ທ່ານຮູ້ບໍ່ວ່າເດັກນ້ອຍໃນປະເທດລາວອາຍຸລຸ່ມ5ປີ ກວມອັດຕາສ່ວນ 44% ເປັນພະຍາດເລືອດຈາງ ຊື່ງມີຜົນກະທົບຕໍ່ສຸຂະພາບ ແລະ ການພັດທະນາການຂອງພວກເຂົາ? ນື່ງໃນວິທີການແກ້ໄຂບັນຫານີ້ສຳຄັນທີ່ສຸດແມ່ນການຊ່ວຍໃຫ້ຮ່າງກາຍໄດ້ຮັບວິຕາມິນແຮ່ທາດເພີ່ມຕື່ມ ຊື່ງເອີ້ນວ່າການເພີ່ມວິຕາມິນແຮ່ທາດໃສ່ອາຫານ.
ໃນມື້ນີ້, ໄດ້ມີກອງປະຊຸມຢູ່ນະຄອນຫຼວງວຽງຈັນ ເພື່ອສົນທະນາປຶກສາຫາລືກ່ຽວກັບການພີ່ມວິຕາມິນແຮ່ທາດໃສ່ເຂົ້າ ຊື່ງໝາຍເຖີ່ງການປະສົມເມັດເຂົ້າວິຕາມິນແຮ່ທາດໃສ່ກັບເຂົ້າທຳມະດາໃນອັດຕາສ່ວນຕາມມາດຕະຖານ ຊື່ງແມ່ນຮູບແບບມາດຕະການນື່ງໃນການແກ້ໄຂບັນຫາການຂາດວິຕາມິນແຮ່ທາດ.
ຄະນະຮັບຜິດຊອບພັດທະນາ ແລະ ສົ່ງເສີມການເພີ່ມວິຕາມິນແຮ່ທາດໃສ່ອາຫານໄດ້ເຫັນດີເປັນເອກະພາບກ່ຽວກັບຂັ້ນຕອນຕ່າງໆ ໃນຕໍ່ໜ້າເພື່ອສົ່ງເສີມໃຫ້ມີອາຫານທີ່ເສີມດ້ວຍວິຕາມິນແຮ່ທາດໃນປະເທດລາວ, ໃນກອງປະຊມຄັ້ງນີ້ຜູ້ແທນຍັງໄດ້ມີໂອກາດໄດ້ຊີມເຂົ້າທີ່ເພີ່ມດ້ວຍວິຕາມິນແຮ່ທາດ ຊື່ງມີລົດຊາດບໍ່ແຕກຕ່າງຫຍັງກັບເຂົ້າທົ່ວໄປ ແຕ່ເພີ່ມເຕີມແມ່ນມີຄຸນຄ່າທາງໂພຊະນາການທີ່ດີກວ່າຕໍ່ສຸຂະພາບ.
ທີ່ມາ: World Food Programme
https://www.facebook.com/WFPlaopdr/photos/pcb.2562484110552504/2562479380552977
10 June 2022
Did you know that 44% of children under the age of 5 in Laos suffer from anemia, which has devastating effects on their health and development? One way of reducing this burden, targeting the lack of essential vitamins and minerals in the body, is called the fortification of food.
Today, at a meeting in Vientiane, the fortification of rice was discussed, which means adding important vitamins and minerals to rice kernels as a way to help reduce anemia and other micronutrient deficiencies.
Members of the national Food Fortification Technical Working Group agreed on next steps in advancing the production of fortified rice in Laos, and also had the chance to sample fortified rice – which tastes just like your regular bowl of rice, but is far more nutritious and healthy.
Source: World Food Programme
https://www.facebook.com/WFPlaopdr/photos/pcb.2562484110552504/2562479380552977
ກອງປະຊຸມແຫ່ງຊາດດ້ານໂພຊະນາການ ຄັ້ງທີ VII ໄດ້ເປີດ ໂອກາດຢ່າງກວ້າງຂວາງໃຫ້ບັນດາພາກສ່ວນກ່ຽວຂອ້ງ
ດາ້ນໂພຊະນາການໄດ້ທົບທວນຄືນຜົນສໍາເລັດແລະ ກໍານົດບັນດາບຸລະມະສິດເພື່ອປັບປຸງໂພຊະນາການໃນ ສປປ ລາວ.
ນະຄອນຫຼວງວຽງຈັນ, ວັນທີ 16 ເດືອມກຸມພາ ປີ 2022 – ໃນມື້ນີ້, ພະນະທ່ານດຣ. ກິແກ້ວ ໄຂຄໍາພິທູນ, ຮອງນາຍົກລັດຖະມົນຕີ ແຫ່ງ ສປປລາວ ແບະ ປະທານຄະນະກຳມະການໂພຊະນາການແຫ່ງຊາດ, ໄດ້ໃຫ້ກຽດເປັນປະທານກອງປະຊຸມແຫ່ງຊາດດ້ານໂພຊະນາການ ຄັ້ງທີ VII, ເຊິ່ງຈັດໂດຍ ຄະນະກຳມະການໂພຊະນາການແຫ່ງຊາດ. ກອງປະຊຸມດັ່ງກ່າວຍັງມີພະນະທ່ານນາງ ອີນາ ມາຊິວລີໂອນີເຕີ, ເອກອັກຄະລັດຖະທູດສະຫະພາບເອີຣົບ ປະຈຳ ສປປລາວ, ແລະ ທ່ານ ນາງ ດຣ. ເພຍ ເຣເບນໂລ ບຣິໂຕ, ຜູ້ຕາງໜ້າອົງການຢູນິເຊັບປະຈຳ ສປປລາວ, ເປັນປະທານຮ່ວມໃນນາມຄູ່ຮ່ວມພັດທະນາດ້ານການຄ້ຳປະກັນສະບຽງອາຫານ ແລະ ໂພຊະນາການ ໃນ ສປປລາວອີກດ້ວຍ.
ກອງປະຊຸມແຫ່ງຊາດດ້ານໂພຊະນາການ ຄັ້ງທີ VII ໄດ້ເປີດໂອກາດໃຫ້ບັນດາພາກສ່ວນກ່ຽວຂ້ອງໄດ້ຮັບຊາບເຖິງການຈັດຕັ້ງປະຕິບັດແຜນຍຸດທະສາດ ແລະ ແຜນດຳເນີນງານດ້ານໂພຊະນາການແຫ່ງຊາດ ແລະ ຜົນສຳເລັດດ້ານໂພຊະນາການທີ່ໄດ້ບັນລຸຜົນ ໃນປີ 2021, ພ້ອມທັງການກຳນົດບູລິມະສິດດ້ານໂພຊະນາການ ແລະ ຍັງໄດ້ຮຽກຮ້ອງໃຫ້ພາກສ່ວນກ່ຽວຂ້ອງດຳເນີນການແກ້ໄຂບັນຫາການຈາດສານອາຫານໃນ ສປປລາວ.
ພະນະທ່ານດຣ. ກິແກ້ວ ໄຂຄໍາພິທູນ ໄດ້ກ່າວວ່າ: “ເຖິງວ່າພວກເຮົາຈະໄດ້ປະເຊີນກັບຂໍ້ຈຳກັດຫຼາຍອັນຈາກພະຍາດ ໂຄວິດ-19 ກໍຕາມ, ແຕ່ພວກເຮົາກໍໄດ້ບັນລູຜົນຳເລັດອັນສຳຄັນຫຼາຍຢ່າງທີ່ປະກອບສ່ວນເຂົ້າໃນການປັບປຸງໂພຊະນາການໃນ ສປປ ລາວ ໃນປີ 2021. ເຖິງຢ່າງໃດກໍຕາມ, ສະພາບການໂພຊະນາການໃນ ສປປລາວຍັງຄົງຮ້າຍແຮງ ແລະ ຄາດວ່າຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19 ຍັງໄດ້ເຮັດໃຫ້ສະພາບໂພຊະນາການໃນປະເທດຊຸດໂຊມລົງ. ເປັນທີ່ຮັບຮູ້ແລ້ວວ່າການປັບປຸງສະພາບໂພຊະນາການຂອງເດັກອ່ອນ, ເດັກນ້ອຍ, ເຍົາວະຊົນ ແລະ ແມ່ຍິງ ບໍ່ພຽງແຕ່ສາມາດຊ່ວຍຊີວິດຂອງພວກເຂົາໄດ້ເທົ່ານັ້ນ, ແຕ່ຍັງສາມາດຊຸກຍູ້ດ້ານເສດຖະກິດອີກດ້ວຍ. ສະນັ້ນ, ເມື່ອ ສປປ ລາວ ພວມກະກຽມກ້າຍອອກຈາກສະຖານະປະເທດດ້ອຍພັດທະນາໃນປີ 2026 ຈຶ່ງຈຳເປັນຕ້ອງເພີ່ມທະວີການລົງທຶນໃສ່ດ້ານໂພຊະນາການຂອງພວກເຮົາຍິ່ງກວ່າເວລາໃດໝົ້ດ”.
ຫົວຂໍ້ຂອງກອງປະຊຸມແຫ່ງຊາດດ້ານໂພຊະນາການຄັ້ງນີ້ແມ່ນ ‘ໂພຊະນາການເພື່ອການເຕີບໂຕ’, ຊຶ່ງໄດ້ຍົກໃຫ້ເຫັນເຖິງການເຊື່ອມໂຍງທີ່ບໍ່ສາມາດແຍກອອກຈາກກັນໄດ້ລະຫວ່າງການລົງທຶນໃສ່ໂພຊະນາການ ແລະ ການເຕີບໂຕຂອງເດັກ, ຊຸມຊົນ ແລະ ເສດຖະກິດ. ກອງປະຊຸມຄັ້ງນີ້ໄດ້ເຕົ້າໂຮມເອົາບັນດາພາກສ່ວນກ່ຽວຂ້ອງດ້ານໂພຊະນາການຢ່າງຫຼາກຫຼາຍ, ນັບແຕ່ບັນດາລັດຖະມົນຕີ, ຮອງລັດຖະມົນຕີ, ຫົວໜ້າກົມຂອງບັນດາກະຊວງທີ່ກ່ຽວຂ້ອງ, ຈົນເຖິງບັນດາຮອງເຈົ້າແຂວງ, ຄູ່ຮ່ວມພັດທະນາ, ບັນດາອົງການຈັດຕັ້ງສົງຄົມ, ບັນດາອົົງການຈັດຕັ້ງມະຫາຊົນ, ສະຖານບັນການສຶກສາ, ພາກເອກະຊົນ ແລະ ຜູ້ຕາງໜ້າຊາວໜຸ່ມ.
ໃນກອງປະຊຸມ, ບັນດາຄູ່ຮ່ວມພັດທະນາໄດ້ຮຽກຮ້ອງໃຫ້ເພີ່ມທະວີຄວາມມຸ່ງໝັ້ນ ດ້ານໂພຊະນາກາໃນທົ່ງທຸກຂະແໜງການ ແລະ ທົ່ວທຸກແຂວງໃນ ສປປ ລາວ.
ພະນະທ່ານນາງ ອີນາ ມາຊິວລີໂອນີເຕີ ໄດ້ກ່າວວ່າ: “ໃນປີທີ່ຜ່ານມານີ້, ພວກເຮົາໄດ້ເຮັດວຽກຮ່ວມກັບລັດຖະບານເພື່ອເປີດຕົວ ແຜນປະຕິບັດງານແຫ່ງຊາດປີ 2021-2025 ດ້ານໂພຊະນາການ (NPAN) ແລະ ກະດານຂ່າວອອນລາຍ ແລະ ຖານຂໍ້ມູນຂ່າວສານແຫ່ງຊາດດ້ານໂພຊະນາການ (NIPN), ພ້ອທັງຕິດຈາມກວດກາ ດຳລັດວ່າດ້ວຍການຕະຫຼາດຜະລິດຕະພັນທົດແທນນົມແມ່, ຜົນສຳເລັດຕ່າງໆເຫຼົ່ານີ້ລ້ວນແຕ່ເປັນຜົນສຳເລັດທີ່ໜ້າຊົມເຊີຍ ແຕ່ເຖິງຢ່າງໃດກໍຕາມ, ພວກເຮົາຍັງສືບຕໍ່ເຮັດວຽກຮ່ວມກັນເພື່ອຮັກສາຄວາມຄືບໜ້າທີ່ພວກເຮົາໄດ້ສ້າງໄວ້ດ້ວຍການເພີ່ມການລົງທຶນໃສ່ໂພຊະນາການ, ລວມທົງສະໜອງທຶນພາຍໃນປະເທດ, ຊອກຫາການເງິນທີີ່ມີນະວັດຕະກຳໃໝ່ ແລະ ນຳໃຊ້ຊັບພະຍາກອນອື່ນໆທີ່ມີຢູ່. ການເສີມສ້າງຄວາມສາມາດຂອງບຸກຄະລາກອນເພື່ອໃຫ້ການບໍລິການທີ່ມີຄຸນະພາບ ແລະ ປະສິດທິຜົນ ເພື່ອເຂົ້າເຖິງຜູ້ທີ່ມີຄວາມສ່ຽງສູງນັ້ນກໍແມ່ນເງື່ອນໄຊອັນສຳຄັນເພື່ອຈໍ່ສູ້ກັບບັນຫາການຂາດສານອາຫານແບບຍືນຍົງ”.
ທ່ານນາງ ດຣ. ເພຍ ເຣເບນໂລ ບຣິໂຕ ໄດ້ກ່າວວ່າ: “ໂດຍເຫັນໄດ້ເຖິງສິ່ງທີ່ທ້າທາຍຫຼາຍດ້າຍທີ່ກ່ຽວຂ້ອງກັບໂພຊະນາການທີ່ ສປປ ລາວ ພວມປະເຊີນ ໂດຍສະເພາະຢ່າງຍິ່ງໃນສະພາບການຂອງພະຍາດໂຄວິດ-19, ພວກເຮົາເຫັນໄດ້ຢ່າງຊັດເຈນວ່າຕ້ອງໄດ້ເພີ່ມທະວີການດຳເນີນການດ້ານໂພຊະນາການຫຼາຍຂຶ້ນໃນທົ່ວທຸກຂະແໜງການ, ທຸກລະດັບ ແລະ ໂດຍທຸກພາກສ່ວນກ່ຽວຂ້ອງ. ພວກເຮົາຕ້ອງເຮັດວຽກເພື່ອສ້າງສະພາບແວດລ້ອມດ້ານໂພຊະນາການທີ່ເຂັ້ມແຂງໃນ ສປປລາວ, ບໍ່ພຽງແຕ່ໃນດ້ານນິຕິກຳເທົ່ານັ້ນ ແຕ່ຍັງຕ້ອງມີຄວາມຮັບຜິດຊອບສູງຂຶ້ນຕໍ່ຜົນໄດ້ຮັບໃນທຸກຂັ້ນອີກດ້ວຍ. ພວກເຮົາຕ້ອງເພີ່ມທະວີການຕິດຕາມກວດກາບັນດາໂຄງການຊ່ວຍເຫຼືອດ້ານໂພຊະນາການໃນທົ່ວທຸກຂະແໜງການ ແລະ ຜົນຂະຫຍາຍບັນດາໂຄງການຊ່ວຍເລື້ອດ້ານໂພຊະນາການໄປທົ່ວທຸກຂະແໜງການ ເພື່ອໃຫ້ປະຊາຊົນລາວສາມາດເຂົ້າເຖິງການໃຫ້ບໍລິການດ້ານໂພຊະນາການທີ່ສຳຄັນຫຼາຍຂຶ້ນ, ໂດຍສະເພາະຜູ້ທີ່ມີຄວາມສ່ຽງສູງ. ສຸດທ້າຍ, ພວກເຮົາຕ້ອງເພີ່ມທະວີຄວາມພະຍາຍາມເພື່ອຜັນຂະຫຍາຍການນຳໃຊ້ບໍລິການດ້ານໂພຊະນາການ ແລະ ການເບິ່ງແຍງດູແລ ໂດຍການສົ່ງເສີມພຶດຕິກຳ ແລະ ການປະຕິບັດຕົວຈິງທີ່ເໝາະສົມ. ເຖິງເວລາແລ້ວທີ່ພວກເຮົາທຸກຄົນຕ້ອງດຳເນີນການເພື່ອສົ່ງເສີມໂພຊະນາການທີ່ດີກວ່າ”.
ກອງປະຊຸມແຫ່ງຊາດດ້ານໂພຊະນາການ ຄັ້ງທີ VII ແມ່ນໄດ້ຈັດຂຶ້ນດ້ວຍການນຳພາຂອງລັດຖະບານ ສປປ ລາວ, ດ້ວຍການປະກອບສ່ວນດ້ານການເງິນຈາກສະຫະພາບເອີຣົບ, ສະຫະລັດອາເມລິກາ, ອົງການ ຢູນິເຊັບ, ອົງການອານາໄມໂລກ (WFP) ແລະ SUN CSA ລາວ.
ສຳລັບຂໍ້ມູນເພີ່ມເຕີມ ຈົ່ງຕິດຕໍ່:
ດຣ. ພອນສະຫວັນ ແກ້ວນະຄອນ, ຮັກສາການຜູ້ອຳນວຍການສູນໂພຊະນາການ
ໂທ: +8562022208557. ອີເມລ: [email protected]
ທ່ານນາງ ທອງວອນ ໂສສຳພັນ, ພະນັກງານຝ່າຍຂ່າວ ແລະ ວັດທະນະທຳ, ຄະນະຜູ້ແທນສະຫະພາບເອີຣົບ ປະຈຳລາວ
ໂທ: +856 20 55569883. ອີເມລ: [email protected]
ທ່ານນາງ ມາເຣຍ ເຟີນານເດສ, ຫົວໜ້າພະແນກການສື່ສານ, ອົງການຢູນີເຊັບ ປະຈຳສປປລາວ
ໂທ: +856 20 5551 9681. ອີເມລ: [email protected]
ທ່ານ ສີລິພົດ ສີຫາພົມ, ພະນັກງານຝ່າຍການສື່ສານ (UNV), ອົງການຢູນີເຊັບ ປະຈຳສປປລາວ
ໂທ: +856 20 5555 7019. ອີເມລ: [email protected]
The Seventh Annual Nutrition Forum provided an opportunity for a wide range of
nutrition stakeholders to review the achievements and identify priorities for the
improvement of nutrition in Lao PDR.
Vientiane, 16 February 2022 – The Deputy Prime Minister of Lao PDR, H.E. Dr. Kikeo Khaykhamphithoune, today chaired the Seventh National Nutrition Forum, which was organised by the National Nutrition Committee. The forum was also cochaired by H.E. Ms. Ina Marčiulionytė, the European Union Ambassador to Lao PDR, and Dr. Pia Rebello Britto, UNICEF Representative to Lao PDR, on behalf of development partners for food and nutrition security in Lao PDR. The forum provided the relevant stakeholders with the opportunity to take stock of the implementation of the National Nutrition Strategy and Plan of Action and the achievements from 2021 related to nutrition, as well as to identify priorities pertaining to nutrition and convene stakeholders to take action in addressing the issue of malnutrition in Lao PDR. “Despite the limitations imposed by COVID-19, we have achieved several important milestones that contribute to the improvement of nutrition in Lao PDR in 2021. Nevertheless, the nutrition situation in Lao PDR remains dire and the impact of the COVID-19 pandemic is estimated to have worsened the nutritional situation in country,” stated H.E. Dr. Kikeo Khaykhamphithoune. “It is well established that improving the nutritional status of infants, children, adolescents and women can not only save lives – it can boost the economy. Therefore, as Lao PDR prepares to transition from Least Developed Country category in 2026, the need to enhance our investments in nutrition is greater than ever” he added. This year’s theme for the forum is ‘Nutrition for Growth’, which highlights the inextricable link between investments in nutrition and the growth of children, communities and the economy. The forum brought together various nutrition
stakeholders, ranging from ministers, deputy ministers and director generals of key line ministries, to Vice Governors, development partners, civil society organizations, mass organizations, members of the academia, the private sector and youth representatives. During the meeting, development partners called for greater commitments for nutrition across all sectors and provinces in Lao PDR.
“In the previous year, we have worked with the Government to launch the 2021- 2025 National Plan of Action on Nutrition (NPAN) and the National Information Platforms for Nutrition (NIPN) Dashboard, as well as to monitor the recent legislation on the protection of breastfeeding through the restriction of marketing and promotion of breast milk substitutes. While these achievements are commendable, we must continue to work together to consolidate our progress by increasing our investments in nutrition, including domestic funding for nutrition, exploring more innovative financing and leveraging other available resources. Strengthening human capacities to provide effective quality services reaching out to the most vulnerable is a condition to fight malnutrition in a sustainable manner”, said the European Union Ambassador to Lao PDR, H.E. Ms. Ina Marčiulionytė.
“In light of the many nutrition-related challenges that Lao PDR faces, particularly in the context of COVID-19, it is clear that greater action on nutrition is needed across all sectors, levels and stakeholders. We must work to create a stronger enabling environment for nutrition in Lao PDR, not only through legislation but also through greater accountability for results at all levels. We must strengthen the monitoring of nutrition interventions across all sectors and scale up our nutrition interventions across sectors so that more people have access to key nutrition services, especially the most vulnerable. Finally, we must collectively support efforts to increase the uptake of key nutrition and care related services, behaviors and practices. The time for action is now,” remarked Dr. Pia Rebello Britto, UNICEF Representative to Lao PDR.
The Seventh Annual Nutrition Forum was led by the Government of Lao PDR with financial contribution from the European Union, the United States, UNICEF, the World Food Program (WFP) and SUN CSA Laos.
For more information, please contact:
Dr. Phonesavanh keonakhone, Acting Director Nutrition Centre. Telephone:
+8562022208557. Email: [email protected]
Thongvone Sosamphan, Press and Culture Officer, EU Delegation to Laos
Telephone: +856 20 55569883. Email: [email protected]
Maria Fernandez Ruiz de Larrinaga, Chief of Communication, UNICEF Lao
PDR. Telephone: +856 20 5551 9681. Email: [email protected]
Siliphot Sihaphom, Communication Officer (UNV), UNICEF Lao PDR
Tel: +856 20 5555 7019. Email: [email protected]